ຍິນດີຕ້ອນຮັບສູ່ ກຣິດຕະພົງ ກຣຸບ

ບໍລິສັດ ກຣິດຕະພົງ ກໍ່ສ້າງ ສ້າງຕັ້ງຂື້ນໃນປີ 2005-2006, ແລະໃນປີ 2009 ໄດ້ປ່ຽນມາເປັນ ບໍລິສັດ ກຣິດຕະພົງ ກຣຸບ ຢ່າງເປັນທາງການ. ການດຳເນີນທຸລະກິດຂອງ ກຣິດຕະພົງ ກຣຸບ ໄດ້ແບ່ງອອກເປັນ 4 ພາກສ່ວນໃຫຍ່ຄື: ການກໍ່ສ້າງ, ໂຮງແຮມແລະການທ່ອງທ່ຽວ, ພັດທະນາອະສັງຫາລິມະຊັບ ແລະ ບໍລິການທີ່ປຶກສາການລົງທຶນ.

  • ການກໍ່ສ້າງ : ເລີ່ມແຕ່ປີ 2000 , ກຣິດຕະພົງ ກໍ່ໄດ້ເລີ່ມຮັບບໍລິການ ການກໍ່ສ້າງແລະສ້ອມແປງ ອາຄານ ສຳນັກງານ, ສະໜາມບິນ, ເຮືອນຊານທີ່ຢູ່ອາໃສ ເຫຼົ່ານີ້ເປັນຕົ້ນ. ແລະໄດ້ສ້າງຕັ້ງບໍລິສັດຂື້ນຢ່າງເປັນທາງການໃນປີ 2005.
  • ໂຮງແຮມແລະການທ່ອງທ່ຽວ: ໃນປີ 2012 ບໍລິສັດ ກຣິດຕະພົງ ໄດ້ຮ່ວມທຶນກັບ ບໍລິສັດ Camce (ລາວ) ຈັດຊື້ແລະສືບຕໍ່ກິດຈະການ ໂຮງແຮມ ຫ້າດາວດອນຈັນພາເລດ, ນອກນັ້ນຍັງໄດ້ດຳເນີນການກໍ່ສ້າງ “ໂຮງແຮມ ແລນມາກ ແມ່ຂອງ ລີເວີຊາຍ”, ແລະໃນປີດຽວກັນນັ້ນກໍ່ໄດ້ຈັດຊື້ແລະສືບຕໍ່ ກິດຈະການສະໜາມກ໊ອບທີ່ໃຫຍ່ທີ່ສຸດໃນລາວນັ້ນກໍ່ຄື ສະໜາມກ໊ອບຫຼວງພະບາງ.
  • ພັດທະນາອະສັງຫາລິມະຊັບ: ເລີ່ມແຕ່ປີ 2010, ກຣິດຕະພົງໄດ້ຮ່ວມມືກັບຫຼາກຫຼາຍວິສາຫະກິດສາກົນຂະໜາດໃຫຍ່ດຳເນີນໂຄງການພັດທະນາອະສັງຫາລິມະຊັບຢູ່ລາວ ເປັນຕົ້ນແມ່ນ ໂຄງການກໍ່ສ້າງ“ໂລກໃໝ່ແຫ່ງວຽງຈັນ”, “ອາເຊັມວິນລາ”, ສູນການຄ້ານະຄອນຫຼວງ ແລະ ອື້ນໆ.
  • ລົງທຶນແລະທີ່ປຶກສາການລົງທຶນ: ເລີ່ມແຕ່ປີ 2007 ໄດ້ໃຫ້ບໍລິການຕໍ່ນັກລົງທຶນ(ເປັນທີປຶກສາດ້ານການລົງທຶນ) ແລະໄດ້ສ້າງຕັ້ງ ບໍລິສັດຂຶ້ນ.

ປີ 2009 ກຣິດຕະພົງ ກຣຸບ ໄດ້ຮ່ວມມືກັບຫຼາຍບໍລິສັດທີ່ເປັນບໍລິສັດລົງທຶນຕ່າງປະເທດ, ແລະຍັງໄດ້ລົງທຶນຮ່ວມກັບ 6 ບໍລິສັດທີ່ລົງທຶນຢູ່ພາຍໃນນະຄອນຫຼວງ, ເຊິ່ງແຕ່ລະໂຄງການລ້ວນແຕ່ແມ່ນໂຄງການເປົ້າໝາຍພັດທະນາຂອງລັດຖະບານ, ລວມມູນຄ່າການລົງທຶນແມ່ນ 10,140,000.00 ໂດລາສະຫະລັດ.
ກຣິດຕະພົງ ກຣຸບ ກຳລັງຂະຫຍາຍຕົວຢ່າງວ່ອງໄວ, ພາຍໃນກຣຸບ ໄດ້ມີການປ່ຽນແປງແລະພັດທະນາຈາກຫຼາຍດ້ານເພື່ອໃຫ້ໄປຕາມລະບົບແລະມາດຕະຖານຂອງສາກົນ. ຮອດປີ 2012 ລາຍຮັບປະຈຳປີສູງເຖິງ 50 ລ້ານໂດລາສະຫະລັດ, ໃນປີ 2009 ມີລາຍຮັບລວມປະມານ 15 ລ້ານໂດລາສະຫະລັດ.
ຮອດປີ 2012 ກຣິດຕະພົງ ໄດ້ປ່ຽນມາເປັນບໍລິສັດຈຳກັດ ຢ່າງເປັນທາງການ, ທຶນຈົດທະບຽນແມ່ນ 49,948,750.00 ໂດລາສະຫະລັດ. ຫຼັງຈາກປີ 2012 ບໍລິສັດ ກຣິດຕະພົງ ໄດ້ຂະຫຍາຍຕົວຢ່າງວ່ອງໄວໄປຕາມແຕ່ລະມື້, ກຸ່ມບໍລິສັດໄດ້ເພີ່ມເງິນລົງທຶນນັບມື້ນັບຫຼາຍຂື້ນ ແລະ ເພີ່ມຂະຫຍາຍກິດຈະການ ພ້ອມດຽວກັນນັ້ນຍັງໄດ້ຮ່ວມທຶນກັບຫຼາຍບໍລິສັດໃຫຍ່ໃນລຳດັບຕົ້ນໆຂອງຈີນ. ໂຄງການທີ່ຮ່ວມມືກັນແມ່ນເນັ້ນໃສ່ ການຂະຫຍາຍຕົວຂອງເສດຖະກິດລາວ ແລະ ການກໍ່ສ້າງໂຄງລ່າງພື້ນຖານ, ການຂະຫຍາຍໃນຫຼາຍດ້ານໃນປີນີ້ໄດ້ເຮັດໃຫ້ມາດຕະຖານລະບົບຂອງ ບໍລິສັດ ກຣິດຕະພົງ ກຣຸບ ເຂັ້ມແຂງຍິ່ງຂຶ້ນ.

ໃນປີ 2013, ບົນພື້ນຖານທີ່ ບໍລິສັດ ກຣິດຕະພົງ ກຣຸບມີຢູ່ນັ້ນ, ສືບຕໍ່ຍາດແຍ່ງເພີ່ມເງິນລົງທຶນ ແລະ ເພີ່ມການຂະຫຍາຍຕົວທາງທຸລະກິດ, ເພື່ອສ້າງສະຖິຕິໃໝ່ອີກຄັ້ງໃນປີ 2013.

Project Achievements
[display-frm-data id=3216 filter=limited]
ພິທີເຊັນສັນຍາ ການດັດແກ້ເນື້ອໃນສັນຍາ ແລະ ສັນຍາສະບັບເພີ່ມເຕີມຂອງສັນຍາ ວ່າດ້ວຍການສຳປະທານ ໂຄງການ ພັດທະນາທີ່ດິນດອນຈັນຕອນໃຕ້ ວັນທີ 27 ມິຖຸນາ 2014

ພິທີເຊັນສັນຍາ ການດັດແກ້ເນື້ອໃນສັນຍາ ແລະ ສັນຍາສະບັບເພີ່ມເຕີມຂອງສັນຍາ ວ່າດ້ວຍການສຳປະທານ ໂຄງການ ພັດທະນາທີ່ດິນດອນຈັນຕອນໃຕ້ ວັນທີ 27 ມິຖຸນາ 2014

    ພິທີເຊັນສັນຍາ ການດັດແກ້ເນື້ອໃນສັນຍາ ແລະ ສັນຍາສະບັບເພີ່ມເຕີມ ຂອງສັນຍາ ວ່າດ້ວຍການສຳປະທານໂຄງການພັດທະນາທີ່ດິນ ດອນຈັນຕອນໃຕ້, ເມືອງ ສີສັດຕະນາກ,…