ບໍລິສັດ ດາອູມ ລາວ ຈຳກັດ (ສະໜາມກອ໋ຟ ຫຼວງພະບາງ)

ບໍລິສັດ ດາອູມ ລາວ ຈໍາກັດ (ສະໜາມກ໋ອຟຫຼວງພະບາງ)

lpb_golf lpb_golf1 lpb_golf3

 

ສະໜາມກ໋ອຟຫຼວງພະບາງແມ່ນໜຶ່ງໃນສະໜາມກ໋ອບຊັ້ນນໍາຂອງໂລກທີ່ຕັ້ງຢູ່ແຂວງຫຼວງພະບາງ, ເຊິ່ງເປັນທີ່ຮູ້ຈັກກັນດີວ່າເປັນເມືອງມໍລະດົກໂລກ ແລະ ໃຊ້ເວລາຈາກການເດີນທາງຈາກຈົວເມືອງ ແລະ ສະໜາມບິນຫຼວງພະບາງພຽງແຕ່ 10-15 ກໍ່ຮອດສະໜາມກ໋ອບອັນສວຍສົດງົດງາມ.

ທັດສະນີຍະພາບທີ່ສວຍສົດງົດງາມ ແລະ ອ້ອມຮອບໄປດ້ວຍພູເຂົາ, ປ່າໄມ້, ສາຍນໍ້າຂອງທີ່ສົດໄສມັນສະແດງເຖິງເອກະລັກທີ່ໂດດເດັ່ນ, ສະຫ່ງາຜ່າເຜີຍຂອງສະໜາມກ໋ອບແຫ່ງດັ່ງກ່າວ, ພ້ອມດ້ວຍມາດຕະຖານທີ່ສູງ ແລະ ຄວາມທ້າທາຍຂອງ 18 ຂຸມ, 72 ພາຂອງການແຂ່ງຂັນ ກ໋ອບແຊມປຽນຊິບ ພ້ອມດ້ວຍ 7443 ຫຼາ. ສະໜາມກ໋ອບແຫ່ງນີ້ຍັງເຕັມໄປດ້ວຍທິວທັດທີ່ໜ້າຊົມຕາມວິວຄວາມງົດງາມໃນຮູບແບບເມືອງມໍລະດົກ ແລະ ຮູບແບບຂອງສະໜາມຈະເຮັດໃຫ້ທ່ານຈົດຈໍາເຖິງຄວາມໂດດເດັ່ນຂອງພູເຂົາທີ່ເກາະກ່າຍສະຫຼັບຊັບຊ້ອນກັນຢ່າງໜ້າປະທັບໃຈ.

ດ້ວຍການອອກແບບຂຸມທີ່ມີລັກສະນະໂດດເດັ່ນ ແລະ ເປັນທີ່ໜ້າຈົດຈໍາ. ສະໜາມຫ້ຍາທີ່ຂຽວກະຈີ້ ແລະ ເປັນເນີນທີ່ໂຄ້ງເດັ່ນຂອງສະໜາມແຂ່ງຂັນ. ແຕ່ລະຂຸມຂອງສະໜາມກ໋ອບຂອງພວກເຮົາແມ່ນເຕັມໄປດ້ວຍຈົ້ນໄມ້, ພຸ່ມໄມ້ ແລະ ພືດພັນນາໆຊະນິດທີ່ເພີ່ມສີສັນຕາມລະດູການ ແລະງົດງາມຂຽວກະຈີ້ເຕັມໄປທົ່ວສະໜາມກ໋ອບແຫ່ງນີ້, ບັນຍາກາດທີ່ສວຍສົດງົດງາມນີ້ໄດ້ເຮັດໃຫ້ນັກກ໋ອບທຸກຄົນສໍາພັດໃດ້ເຖິງປະສົບການອັນດີເລີດ, ນັກກ໋ອບທຸກຄົນຈະຮັບຮູ້ໄດ້ເຖິງຄວາມຮົ່ມເຢັນ, ສະຫົງບງຽບ ແລະ ສະຫ່ງາງາມຂອງທໍາມະຊາດແຫ່ງນີ້.