ໂຮງແຮມ ດອນຈັນ ພາເລດ

ໂຮງແຮມ ດອນຈັນ ພາ​ເລດ

ktp_slide2

  ​ໂຮງ​ແຮມ​ດອນ​ຈັນ ຕັ້ງ​ຢູ່​ເທິງ​ຫາດ​ດອນ​ຈັນ​ແຄມ​ແມ່​ນ້ຳຂອງ, ​ເຊິ່ງປັດຈຸບັນ​ເປັນ​ໂຮມ​ແຮມ​ສູນ​ລວມກອງ​ປະຊຸມ​ທຸລະ​ກິດ​ແບບ​ປະສົມ​ທີ່​ໃຫຍ່​ທີ່​ສຸດ​ໃນ​ລາວ. ​ເນື້ອ​ທີ່​ການ​ກໍ່ສ້າງ​ຂອງ​ໂຮງ​ແຮມ​ແມ່ນ 33000 ຕາ​ແມັດ, ມີ​ຫ້ອງ​ນອນ 239 ຫ້ອງ,​ ມີ​ຮ້ານ​ອາຫານ​ເອີຣົບ, ຮ້ານ​ອາຫານ​ຈີນ ​ແລະ ຮ້ານ​ອາຫານ​ຢູ່​ຊັ້ນ​ດາດ​ຟ້າ, ລວມມີ​ທັງ​ໝົດ​ປະມານ 550 ທີ່​ນັ່ງ. ຫ້ອງ​ປະຊຸມ​ມີ​ເນື້ອ​ທີ່ 5000 ຕາ​ແມັດ,​ ຕິດ​ຕັ້ງ​ອຸປະກອນ​ຄົບ​ຊຸດ,​ ຫ້ອງ​ປະຊຸມ​​ໃຫຍ່ ສາມາດ​ບັນຈຸ​ໄດ້ 600 ຄົນ ຫຼື ຈັດ​ງານ​ລ້ຽງ​ງານ​ສ້າງສັນ​ທີ່​ສາມາດ​ບັນຈຸ​ໄດ້ 1100 ຄົນ, ​ແລະ​ສາມາດ​ແຍກ​ເປັນ​ຫ້ອງ​ປະຊຸມ​ສະ​ເພາະ ຫ້ອງ A, ຫ້ອງ B. ມີ​ຫ້ອງ​ປະ​ຊຸມ​ຂະໜາດ​ກາງ​ແລະ​ນ້ອຍ 12 ຫ້ອງ, ​ໃນ​ນັ້ນ​ມີ​ຫ້ອງ​ປະຊຸມ​ນ້ອຍ​ຈຳນວນ 8 ຫ້ອງ ທີ່​ສາມາດ​ຈັດ​ແບ່ງ​ໄປ​ຕາມ​ຂະໜາດ​ຂອງ​ກອງ​ປະຊຸມ(ຈັດ​ແບບ​ໄດ້​ຕາມ​ອິດສະຫຼະ), ສາມາດ​ຮອງ​ຮັບ​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງ​ທຸກໆ​ກອງ​ປະຊຸມ. ​ຊັ້ນ​ສາມ​ຂອງ​ໂຮງ​ແຮມຍັງ​ມີ​ສູນ​ອອກກຳລັງ​ກາຍ, ​ໃນ​ນັ້ນ​ມີ ສະ​ລອຍນ້ຳ ​ແລະ SPA, ສາມາດ​ຕອບ​ສະໜອງ​ໃຫ້​ແຂກ​ທີ່​ຕ້ອງການ​ອອກກຳລັງ​ກາຍ​ ​ແລະ ພັກຜ່ອນ. ນອກ​ນັ້ນ​ການ​ຈາລະ​ຈອນ​ກໍ່​ສະດວກ​ສະບາຍ,​​ ​ໃຊ້​ເວລາ​ຍ່າງ​ພຽງ​ແຕ່ 5 ນາທີ ກໍ່​ສາມາດ​ໄປ​ເຖິງ​ເຂດ​ສູນກາງ​ທຸລະ​ກິດ​ຂອງ​ນະຄອນຫຼວງ; ​ໃຊ້​ເວລາ​ຂັບ​ລົດ 20 ນາທີ​ກໍ່​ໄປ​ເຖິງ​ສະໜາ​ນບິນ, 30 ນາທີ​ໄປ​ເຖິງ​ດ່ານ​ຂົວ​ມິດຕະພາບ ລາວ-​ໄທ.

ໜ່ວຍ 6, ບ້ານ ເພຍວັດ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ.

ໂທ : +856(0)21 244 288, ແຟກ : +856(0)21 244 111-2

ເວບໄຊ : http://www.donchanpalacelaopdr.com/