ໂຮງແຮມ ແລນມາກ ແມ່ຂອງ ລີເວີຊາຍ
ໂຮງແຮມແລນມາກແມ່ຂອງລີເວີຊາຍຕັ້ງຢູ່ໃນກາງນະຄອນຫຼວງວຽງຈັນ, ໃຊ້ເວລາໃນການເດີທາງຈາກສະໜາມບິນສາກົນວັດໄຕ, ປະຕູໄຊ, ຖະໜົນກາງຄືນພຽງແຕ່15 ນາທີ. ການອອກແບບທີ່ກົມກືນກັບຍຸກສະໄໝ, ມີສະເໜ່ແບບເປັນເອກະລັກ, ປະສົມປະສານກັບສະຖາປານິກລາວ ເຮັດໃຫ້ໂຮງແຮມແລນມາກກາຍເປັນຈຸດເດັ່ນ, ສະຫ່ງາງາມໃນຍຸກສະໄໝ, ມີຄວາມຫຼູຫຼາ ແລະໜ້າພັກຜ່ອນຢ່ອນອາລົມຂອງເມືອງຫຼວງປະເທດລາວ.
ໂຮງແຮມແລນມາກລວມມີ 200 ຫ້ອງນອນ, ບໍ່ວ່າຈະເປັນຫ້ອງສູດ ແລະ ຫ້ອງດີລັກ, ລະບຽງທີ່ກ້ວາງ ແລະ ເບິ່ງເຫັນວິວອນງາມ ແລະ ນ່າຫຼົງໄຫຼຂອງນໍ້າຂອງ, ແຕ່ລະຫ້ອງຈະໃຫ້ຄວາມສະດວກສະບາຍດ້ອວການໃຊ້ເທັກໂນໂລຢີທີ່ທັນສະໄໝລວມມີທໍລະທັດສີຈໍ LEDທີ່ຄົມຊັດ, ໂທລະສັບ IDD, ອິນເຕີເນັດທີ່ມີຄວາມໄວສູງ, ເພີດເພີນໄປກັບຍຸກສະໄໝທີ່ມີຄວາມສະຫ່ງາງາມບ່ອນທີ່ເຕັມໄປດ້ວຍຄວາມຫຼູຫຼາຈາກເຟີນີເຈີທີ່ເກົ່າແກ່ ແລະ ມີຕໍານານຍາວນານ, ລາກຫຼາຍດ້ວຍສິນລະປະທີີ່ສະສົມໄວ້, ລູກຄ້າທຸກຄົນທີ່ມາຢ້ຽມຢາມ ແລະ ພັກເຊົາລ້ວນແຕ່ຈະຮັບຮູ້ໄດ້ເຖິງຄວາມສະດວກສະບາຍ, ປະທັບໃຈໃນຫ້ອງພັກທີ່ເອີື້ອອໍານວຍໄປດ້ວຍຄວາມສະດວກຕ່າງໆ ແລະ ການບໍລິການທີ່ພິເສດທີ່ບໍ່ເຄີຍມີຢູ່ແຫ່ງຫົນໄດມາກ່ອນ.
ສິ່ງເອື້ອອໍານວຍຄວາມສະດວກຕ່າງໆ
ຕົນເຝົ້າປະຕູ
ກອງຮັກສາຄວາມປອດໄພ
ສູນລວມທຸລະກິດ
ບໍລິການຊັກແຫ້ງ
ຕູ້ເຢັນນ້ອຍ
ຮ້ານອາຫານ
ລຸບບີບາ ແລະ ຮ້ານກາເຟ
ບໍລິການໃຫ້ໃຊ້ລົດ Limousine
ຮັບ-ສົ່ງສະໜາມບິນ
ບໍລິການຈອດລົດ
ບໍລິການອິນເຕີເນັດແບບມີສາຍ ແລະ ບໍ່ມີສາຍ
ຈຸດໝາຍການເດີນທາງຂອງທ່ານ
15 ນາທີຈາກໄລຍະການເດີນທາງຈາກສະໜາມບິນວັດໄຕສາກົນ
35 ນາທີຈາກໄລຍະການເດີນທາງຈາກຂວາມິດຕະພາບໄທ-ລາວ
05 ນາທີຈາກໄລຍະການເດີນທາງຈາກໃຈກາງເມືອງ
03 ຊົ່ວໂມງຈາກໄລຍະການເດີນທາງຈາກວັງວຽງ
35 ນາທີຈາກໄລຍະການເດີນທາງດ້ວຍຍົນຈາກແຂວງຫຼວງພະບາງ
ສະຖານທີ່ຕັ້ງ: ບ້ານທາດຂາວ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ປະເທດລາວ
ໂທ: +85621266888
ແຟັກ:+85621266899
Email: info@landmarkmekonghotel.com.la
Website: www.landmarkmekonggriverside.com