ພິທີເປີດໂຄງການກໍ່ສ້າງ “AVIC Townhouse” ວັນທີ 26 ກັນຍາ 2014

ພິທີເປີດໂຄງການກໍ່ສ້າງ “Avic Town house” ໄດ້ຈັດຂື້ນທີ່ໂຮງແຮມແລນມາກ ແມ່ຂອງລີເວີຊາຍ ເວລາ 9 ໂມງເຊົ້າ ວັນທີ 26 ກັນຍາ 2014, ໂດຍມີທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ຈີນ ປະຈຳລາວ, ບັນດາສະພາການຄ້າ, ອົງການຈັດຕັ້ງສາກົນ, ຜູ້ອຳນວຍການ ບໍລິສັດ CHINA NATIONAL AERO- TECHNOLOGY INTERNATIONAL ENGINEERING CORPORATION ແລະ ປະທານບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ ແລະ ພາກສ່ວນອື່ນໆ ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້.

ໂຄງການນີ້ ມີການລົງທຶນຫຼາຍກ່ວາ 10 ລ້ານໂດລາສະຫະລັດ ແລະ ກວມເອົາເນື້ອທີ່ທັງໝົດ 9800 ຕາແມັດ ແມ່ນຕັ້ງຢູ່ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ. ຖະໜົນ ໄກສອນພົມວິຫານ ປະມານ3 ກິໂລແມັດ ຮ່າງຈາກປະຕູໄຊ. ການອອກແບບເປັນ ທາວເຮົ້າສ ສາມຊັ້ນ ໃນແບບສະຖາປັດຕະຍະກຳຂອງອາຊີຕາເວັນອອກສ່ຽງໃຕ້, ມີບ່ອນຈອດລົດ ແລະ ມີສວນນ້ອຍໃຫ້ທຸກໆຫຼັງ. ໂຄງການມີແຜນລົງມືກໍ່ສ້າງໃນເດືອນ ຕຸລາ 2014 ແລະ ຈະສຳເລັດໃນທ້າຍເດືອນ ມີນາ 2015.


IMG_2103 IMG_2094 QQ图片20141001083906