ບໍລິສັດ ເລື່ອນຟັດຫົງ-ຢາດາ ອຸດສາຫະກຳເຄື່ອງຈັກ ແລະ ໂຮງງານໄມ້ ຈຳກັດ

ບໍລິສັດ ເລື່ອນຟັດຫົງ-ຢາດາ ອຸດສາຫະກຳເຄື່ອງຈັກ ແລະ ໂຮງງານໄມ້ ຈຳກັດluenfathong1

“ໂຮງງານໄມ້ອັດຟູໄຊ​ເລືອນຟັດ​ຫົງ” ຕັ້ງຢູ່ຫຼັກ 7 ເມຶອງມະຫາໄຊ ແຂວງຄຳມ່ວນ, ເຂດ​ພາກກາງຂອງ​ລາວ. ຫ່າງ​ຈາກ​ຊາຍ​ແດນ​ຫວຽດນາມປະມານ 146 ກິ​ໂລ​ແມັດ ​ແລະ ​​ຊາຍແດນໄທ 40 ກິ​ໂລ​ແມັດ. ​ໄດ້ສ້າງ​ຕັ້ງ​ຂື້ນ​ໃນ​ປີ 1996, ຜະລິດ​ຕະພັນຕົ້ນຕໍຂອງ​ໂຮງງານ​ແມ່ນ​​ໄມ້ແປ​ຮູບ​ ​ແລະ ໄມ້ອັດ​ຂະໜາດ​ຕ່າງໆ. ​ເຊິ່ງ​ໃນ​ນັ້ນ​ປະກອບ​ມີ: ປະຕູໄມ້​, ປະຕູ​ໄມ້ອັດ, ​ໄມ້ປູພື້ນ, ​ບັນ​ໄດ, ຮາວ​ບັນ​ໄດ, ພະນັກ​ແຂນ, ​ຮົ້ວອ້ອມ ​ແລະ ອື່ນໆ. ລວມ​ເນື້ອ​ທີ່​ທັງ​ໝົດ​ແມ່ນ 500,000 ຕາ​ແມັດ, ​ໃນ​ນັ້ນ​ລວມມີ​ໂຮງເລື່ອຍ​, ສາງ​ສິນຄ້າ ​ແລະ​ຫ້ອງ​ອຳນວຍ​ຄວາມ​ສະດວກ​ຕ່າງ ລວມ​ເນື້ອ​ທີ່​ປະມານ 24,000 ຕາ​ແມັດ.

ອຸປະກອນ​ເຄື່ອງຈັກຂອງ​ໂຮງງານປະກອບມີຄືດັ່ງລຸ່ມນີ້:

1​. ​ໂຮງ​ງານຜະລິດໄມ້ອັດ: ​​ເຄື່ອງຜະລິດ​ໄມ້ອັດ​ແບບ​ອັດຕະ​ໂນ​ມັດ​ຍີ່ປຸ່ນ​(Automatic plywood production line)ສອງ​​ເຄື່ອງ. ​ໃນ​ນັ້ນ​ປະກອບ​ມີ ​ເຄື່ອງ​ກວດ​ສອບ​ຄວບ​ຄຸມ​ໃຈກາງເລ​​ເຊີ (ຍົກ​ລະດັບ​ອັດຕາ​ການ​ນຳ​ໃຊ້​ວັດ​ສະດຸ​ໄມ້), ​ເຄື່ອງ​ອັດ​ຮ້ອນ48​ຊັ້ນ​ຂອງ​ຍີ່ປຸ່ນ​(plywood hot press)ສອງ​ເຄື່ອງ, ສາມາດ​ຜະລິດສິນຄ້າ​ໄດ້ປະມານ 40,000 ຄີວ ຕໍ່​ປີ.

2. ​ໂຮ​ງງານປຸງແຕ່ງໄມ້: ​ເຄື່ອງ​ເລື່ອຍ​ຂະໜາດ​ໃຫຍ່(Rail saw)1 ​ເຄື່ອງ, ​ໂຮງ​ຊອຍ(Table Saw Machine) 8 ​​ໂຮງ, ​ເຄື່ອງ​ເລື່ຶອຍ​ແນວ​ນອນ(Horizontal band saw) 1 ​ເຄື່ອງ, ​ກົບສີ່ໜ້າ 3 ​ເຄື່ຶອງ, ຫ້ອງ​ອົບ​ແຫ້ງ 60 ຄິວ 4 ຫ້ອງ, ​​ເຄື່ອງຈັກ 32​ ແຖວ(Gluing machine) 1 ​ເຄື່ອງ, Finger jointing machine, ເຄື່ອງກຶງຫລັງມີດ(Back knife table mk),ເຄື່ອງ​ກຶງກຽວ(Spiral lathe), ​ກົບ​ສອງ​ໜ້າ, ເຄື່ອງຂັດຊາຍແລະ​ອື່ນໆ​ລວມ 20 ກົ່ວ​ເຄື່ອງ, ສາມາດ​ຜະລິດ​ສິນຄ້າ​​ໄດ້​ປະມານ 2000 ຄິວ ​ຕໍ່​ປີ.

“ໂຮງງານໄມ້ອັດຟູໄຊ​ເລືອນຟັດ​ຫົງ”ປັດຈຸບັນ​ເປັນ​ວິ​ສາ​ຫະກິດ​ປຸງ​ແຕ່ງ​ໄມ້ອັດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ລາວ, ​ເປັນ​ວິ​ສາ​ຫະຫະກິດ​​ແບບ​ປະສົມ​ປະສານກັນ​ລະຫວ່າງ ການ​ຜະລິດ​ໄມ້ອັດ ​ແລະ ​ໄມ້​ແປ​ຮູບ. ​ໄມ້ອັດ​ເຄື່ອງໝາຍ​ການ​ຄ້າ “ກາ​ມ້າ​ບິນ” ຂອງ​ບໍລິສັດ ​ເປັນສິນຄ້າ​ຍີ່​ຫໍ້​ດັງ​ຢູ່​ໄທ, ການ​ຜະລິດ​ສິນຄ້າ​ແມ່ນ​ເພື່ອ​ສົ່ງ​ອອກ​ເປັນ​ຫຼັກ, ​ເປົ້າ​ໝາຍ​ການ​ສົ່ງ​ອອກ​ແມ່ນ: ຈີນ, ຍີ່ປຸ່ນ, ​ໄທ, ອິນ​ເດຍ, ສິງກະ​ໂປ, ມໍ​ດີບ​ແລະ​ອື່ນໆ, ​ແລະ ຈຳນວນ​ໜຶ່ງ​​ແມ່ນ​ໄດ້​ຈຳໜ່າຍ​ຢູ່​ໃນ ສປປ ລາວ.

 luengfathong2leufathong

ສອບ​ຖາມ​ໄດ້​ທີ່:

ຫ້ອງການ​ທ່າ​ແຂກ​ໂທ: +856 51 212592/212369; ​ແຟັກ​: +856 51 212082;

E-mail: Kenny@luenfathong.com

ສະຖານ​ທີ່​ຕັ້ງ: No 330, ບ້ານ​ວຽງ​ວິ​ໄລ, ​ເມຶ​ອງທ່າ​ແຂ​ກ, ​ແຂວງ​ຄຳ​ມ່ວນ

​ໂຮງງານ​ມະຫາ​ໄຊ​: ​ໂທ/​ແຟັກ: +856 51 251048

ສະຖານ​ທີ່​ຕັ້ງ: ຫຼັກ7​, ​ເມຶ​ອງມະຫາ​ໄຊ, ​ແຂວງ​ຄຳ​ມ່ວນ